ນັບຕັ້ງແຕ່ປີ 2011, ພວກເຮົາໄດ້ດໍາເນີນການທົດລອງ ວິທີການ ວັກເຄນ ຢູ່ພາກສະໜາມ ໃນຫຼາຍພາກພື້ນຂອງໂລກ.
ຜົນໄດ້ຮັບຈາກການຕິດຕາມໃນໄລຍະຍາວສະແດງໃຫ້ເຫັນວ່າ ນວບັກເຄﻧ ມີຄວາມຍືນຍົງດ້ວຍຕົວມັນເອງໄດ້ໃນລະ ດັບສູງ ໂດຍສະເພາະໃນເຂດພື້ນທີ່ທີ່ໂຄງການຄວບຄຸມປະຊາກອນຍຸງໂລກ ໄດ້ຈັດຕັ້ງປະຕິບັດໂຄງການເປັນສ່ວນໃຫຍ່, ໃນບາງພື້ນທີ່ຂອງໂຄງການ ນວບັກເຄນ ແມ່ນມີຄວາມຍືນຍົງນານເຖິງແປດປີຫຼັງຈາກປ່ອຍຍຸງ. ໃນເຂດພື້ນທີ່ມີຍຸງລາຍຖືເຊື້ອ ນວບັກເຄນ ໃນອັດຕາສູງ, ພວກເຮົາບໍ່ໄດ້ພົບເຫັນການລະບາດຂອງພະຍາດໄຂ້ຍຸງລາຍ.
ຜົນໄດ້ຮັບຂອງການປະຕິບັດວິທີການ ນວບັກເຄﻧ ໃນເຂດໂຄງການຂອງພວກເຮົາສະແດງໃຫ້ເຫັນວ່າອັດຕາການຕິດເຊື້ອໄຂ້ຍຸງລາຍໃນສະຖານທີ່ປ່ອຍຍຸງລາຍມີເຊື້ອ ນວບັກເຄﻧ ແມ່ນມີໜ້ອຍກວ່າພື້ນທີ່ທີ່ບໍ່ໄດ້ປ່ອຍຍຸງດັ່ງກ່າວ.
ການທົດລອງມາດຕະຖານຄຳ ຄັ້ງຫຼ້າສຸດຂອງພວກເຮົາຢູ່ເມືອງ ນຢກຢາກາຕາ Yogyakarta ປະເທດ ອິນໂດເນເຊຍ ສະແດງໃຫ້ເຫັນວ່າອັດຕາການເກີດພະຍາດໄຂ້ຍຸງລາຍໄດ້ຫຼຸດລົງ 77%. ອັດຕາການເຂົ້າໂຮງໝໍເພື່ອປີ່ນປົວພະຍາດໄຂ້ຍຸງລາຍໃນເຂດພື້້ນທີ່ປ່ອຍຍຸງຖືເຊື້ອ ນວບັກເຄນ ຫຼຸດລົງ 86% ຖ້າທຽບໃສ່ກັບເຂດພື້ນທີ່ບໍ່ໄດ້ປ່ອຍຍຸງ.